ແຫຼ່ງແບ່ງປັນຄວາມຮູ້ ແລະ ປະສົບການ

Powered by Blogger.

About

Windows Featurns on or off ວ່າງເປົ່າ

bPP7L 
Windows Featurns on or off  ຮ້ອຍວັນພັນປີບໍ່ເຄີຍເຂົ້າໄປຈັກເທື່ອ ບາດຍາມຊິໃຊ້ເປີດເຂົ້າໄປອ້າວມັນຄືບໍ່ມີຫຍັງເລີຍ ຄິດວ່າໜ້າຈະມີຄົນເຄີຍເປັນຄືຂ້ອຍ ກະເລີຍເອົາວິທິແກ້ມາແບ່ງປັນ

ວິທີແກ້ກໍ່ງ່າຍເລີຍພຽງແຕ່ດາວໂຫລດ Package Update ມາຕິດຕັ້ງ ກໍໃຊ້ງານໄດ້ແລ້ວ
ເມື່ອດາວໂຫລດມາແລ້ວໃຫ້ຕິດຕັ້ງຕາມປົກກະຕິຄິດວ່າເປັນເນາະອັນນີ້ອາດຈະໃຊ້ເວລາໜ້ອຍໜຶ່ງ ເມື່ອຕິດຕັ້ງແລ້ວ Restart ເຄື່ອງແລ້ວກັບມາເປີດ Windows Featurns on or off  ເບິ່ງວ່າໄດ້ ຫຼື ບໍ່
ຖ້າຍັງບໍ່ໄດ້ ລອງເຮັດຕາມນີ້ເບິ່ງ
1.ໄປທີ່ Start ພິມ Run ແລ້ວເປີດຂຶ້ນມາ ຫຼື ກົດປຸ່ມ Start+R
Start menu
ຈະໄດ້ໜ້າຕ່າງແບບນີ້ຂຶ້ນມາ
Run 
2. ພິມ services.msc ແລ້ວ OK ຫຼື ກົດປຸ່ມ Enter ທີ່ຄີບອດ
Run_2
ຈະໄດໜ້າຕ່າງແບບນີ້ຂຶ້ນມາ ຈາກນັ້ນທາງດ້ານຂວາມືໃຫ້ຊອກຫາ Windows Modules installer
Services
ດັບເບິລຄລິກ ຫຼື ຄລິກຂວາ Properties
Services_2
ກົດທີ່ປຸ່ມ Start ຈາກນັ້ນ Restart ເຄື່ອງ ແລ້ວເຂົ້າໄປເປີດ Windows Featurns on or off ລອງເບິ່ງວ່າໄດ້ບໍ່
Windows Modules Installer Properties (Local Computer)

Tag : Tip & Trick
Back To Top