ແຫຼ່ງແບ່ງປັນຄວາມຮູ້ ແລະ ປະສົບການ

Powered by Blogger.

About

ແກ້ໄຂໂຟລເດີຖືກເຊື່ອງໃນ flash drive (usb) ດ້ວຍ cmd

ມື້ນີ້ໄປປຼິ້ນເອກະສານຢູ່ຮ້ານແຫ່ງໜຶ່ງ ກັບມາສຽບ Flash drive ເຂົ້າຄອມ Antivirus ເດັ້ງຂຶ້ນມາແດງເຕັມເລີຍໄວຣັສຮ້ອຍປາຍອື້ຫື ເມື່ອສະແກນແລ້ວ ທຳການກຳຈັດຮຽບຮ້ອຍ ເປີດເຂົ້າໄປໃນ Flash drive ປາກົດວ່າວ່າງເປົ່າທັງໆທີ່ຄວາມຈຳຖືກໃຊ້ໄປເປັນເຄິ່ງ ອ້າວເຮັດແນວໃດລະບາດນີ້ ໂປຣແກຣມ Show Folder ອີຫຍັງກະບໍ່ມີ, ເນັດກະບໍ່ມີ ຫຼາຍໆຄົນອາດຈະເຈິບັນຫາແບບນີ້ບໍ່ສະເພາະຄົນທົ່ວໄປສ່ວນ ຫຼາຍແມ່ນຈະຢູ່ຕາມຫ້ອງການຕ່າງໆອາດຈະເຈິບັນຫານີ້ ເຊັ່ນກັນ ເລີ່ມຍາວລະ ອະມາເບິ່ງວິທີແກ້ກັນເລີຍວ່າເຮັດແນວໃດ?
Z[0]NEN (H)
1.ໄປທີ່ Start ພິມ cmd ເມື່ອເຫັນແລ້ວໃຫ້ເປີດມັນຂຶ້ນມາ
Start menu
ໜ້າຕາຈະເປັນແບບນີ້
Administrator CWindowssystem32cmd.exe
2.ໃຫ້ທ່ານພິມຊ່ອງຂອງ flash drive ຕາມດ້ວຍສອງຈ້ຳ : ແລ້ວກົດ Enter ໃນນີ້ຂອງຂ້າພະເຈົ້າເປັນຊ່ອງ H ກໍຈະພິມ H: ແລ້ວກົດ Enter ອໍ່ຕົວອັກສອນຈະພິມນ້ອຍພິມໃຫຍ່ກໍໄດ້ຄືກັນ
Computer
ແລ້ວກໍຈະປ່ຽນມາເປັນ H:\>
Administrator CWindowssystem32cmd.exe_2
ເອົາລະມາເຖິງຂັ້ນຕອນສຳຄັນລະບາດນີ້ ໃຫ້ທ່ານພິມ attrib -s -h -r /s /d  ຖ້າຢ້ານພິມບໍ່ຖືກໃຫ້ກັອບປີ້ໄປແລ້ວໄປຄລິກຂວາໃສ່ຈໍສີດຳແລ້ວ Paste ໃຫ້ຄລິກຂວາມແລ້ວ Paste ເທົ່ານັ້ນ Ctrl+V ຈະໃຊ້ບໍ່ໄດ້ ເມື່ອພິມໝົດແລ້ວໃຫ້ກົດ Enter ແລ້ວລໍຖ້າຈັກໜ່ອຍຖ້າໄຟລ໌ມີຂະໜາດໃຫຍ່ອາດຈະດົນແດ່ ລໍຖ້າຈົນກວ່າຈະກັບມາເປັນ H:\> ຄືເກົ່າ
Administrator CWindowssystem32cmd.exe_3
ພຽງເທົ່ານີ້ເຮົາກໍຈະໄດ້ ໄຟລ໌ ແລະ ໂຟລເດີກັບຄືນມາແລ້ວ
Z[0]NEN (H)
ເອົາລະຫວັງວ່າວິທີນີ້ອາດຊ່ວຍໃຫ້ຫຼາຍໆຄົນແກ້ໄຂບັນຫາໄຟລ໌ ຫຼື ໂຟລເດີບໍ່ເຫັນດ້ວຍຕົນເອງໄດ້ ດ້ວຍວິທີງ່າຍໆນີ້ເນາະ
ສຳລັບໃຜທີ່ຢາກຮູ້ຄວາມໝາຍວ່າ attrib ແມ່ນຫຍັງ, -s ແມ່ນຫຍັງ, -h ແມ່ນຫຍັງ, -r ແມ່ນຫຍັງ, /s ແມ່ນຫຍັງ, /d ແມ່ນຫຍັງ ໄປຊອກອ່ານເອົາເອງເນາະ ແຕ່ບໍ່ສຳຄັນດອກວ່າມັນເຮັດໜ້າທີ່ຫຍັງ ໃຫ້ຈື່ເອົາ ແລະ ຮູ້ວ່າມັນໃຊ້ໄດ້ແລ້ວລະກະພໍ
Tag : Tip & Trick
Back To Top