ແຫຼ່ງແບ່ງປັນຄວາມຮູ້ ແລະ ປະສົບການ

Powered by Blogger.

About

ອັບເດດຂໍ້ມູນໃໝ່ Winning 2014 ຢາກຫຼິ້ນບໍ່…..!

PES-2014-cover
ກ່ອນໜ້ານີ້ທາງ Konami ເຄີຍເຜີຍຂໍ້ມູນຂອງເກມ Pro Evolution Soccer 2014 ຫຼື Winning Eleven 2014 ຄື ການບັງຄັບແບບໃໝ່ ກຣາຟິກສະໜາມແບບໃໝ່ ລະບົບ Fox Engine ໄປກ່ອນໜ້ານີ້
ຫຼ້າສຸດ Konami ຕ້ອງການຍົ້ວເຫຼົ່າສາວົກ “ວິນນິ່ງບໍ່***” ໂດຍການອັບເດດຂໍ້ມູນໃໝ່ຂອງ PES 14 ດັ່ງຕໍ່ໄປນີ້:


  • ລະບົບປ້ອງກັນແບບໃໝ່ສຳລັບຜູ້ຫຼິ້ນທີ່ໃຊ້ໂປຣແກຣມໂກງ ຄືການໂກງການຊື້ໂຕໃນໂໝດ master league 
  • ສະພາບອາກາດພາຍໃນເກມຈະມີຜົນຕໍ່ການຫຼິ້ນ, ຊຸດ ແລະ ເກີບກໍຈະສາມາດເປື້ອນໄດ້ຕາມແຕ່ຊະນິດອາກາດນັ້ນໆ
  • ມີຊຸດແຂ່ງຊຸດທີ່ 3 ເປັນຄັ້ງທຳອິດ ແລະ ຈະມີໂຄ້ດຂອງທີມທີ່ໄດ້ລິຄະສິດມາຢູ່ຂ້າງສະໜາມ ຢ່າງ ບາເຢິນ ຈະມີ ເປັບ ກວາດິໂອລາ, ແມນຢູ ຈະມີ ເດວິດ ມອຍສ໌ ຢືນສັ່ງການ
  • PES 2014 ຈະວາງຈຳໜ່າຍເທິງ Steam ແລະ ຜູ້ຈຳໜ່າຍລາຍອື່ນອີກດ້ວຍ

ສ່ວນ Demo ຂອງເກມນີ້ຈະປ່ອຍໃຫ້ລອງຫຼິ້ນໃນເດືອນສິງຫາ ສ່ວນໂຕເຕັມນັ້ນລົງໃນ Xbox 360, PS3 ແລະ PC ໃນວັນທີ່ 20 ກັນຍາ
ທີ່ມາ : dsogaming

Tag : Games
Back To Top